ຂັ້ນຕອນການຄ້ຳປະກັນສິນເຊື່ອ

ຂະບວນການຄໍ້າປະກັນຈະເລີ່ມຕົ້ນໄດ້ ກໍ່ຕໍ່ເມື່ອທະນາຄານ (ຜູ້ໃຫ້ກູ້) ໄດ້ພິຈາລະນາ ອະນຸມັດສິນເຊື່ອ ໃນເບື້ອງຕົ້ນແລ້ວເທົ່ານັ້ນ. ນີ້ແມ່ນເພື່ອຮັບປະກັນວ່າການຕັດສິນໃຈ ແລະ ການຄວບຄຸມສິນເຊື່ອຍັງຄົງຢູ່ກັບຜູ້ໃຫ້ກູ້

ຂັ້ນຕອນ ລາຍລະອຽດ
ຂັ້ນຕອນທີ 1 ການຍື່ນຂໍສິນເຊື່ອ ຜູ້ປະກອບການ (ຈມກ) ກະກຽມເອກະສານ ແລະ ແຜນທຸລະກິດ ເພື່ອຍື່ນສະເໜີຂໍສິນເຊື່ອໂດຍກົງກັບ ທະນາຄານຄູ່ຮ່ວມມື (PFI).
ຂັ້ນຕອນທີ 2 ການປະເມີນ ແລະ ອະນຸມັດຈາກທະນາຄານ ທະນາຄານ (PFI) ດຳເນີນການວິເຄາະ, ປະເມີນຄວາມເປັນໄປໄດ້ຂອງທຸລະກິດ ແລະ ພິຈາລະນາ ອະນຸມັດສິນເຊື່ອ (BANK LOAN approved) ຕາມເງື່ອນໄຂຂອງທະນາຄານ.
ຂັ້ນຕອນທີ 3 ການຂໍການຄໍ້າປະກັນ ພາຍຫຼັງທີ່ສິນເຊື່ອໄດ້ຮັບການອະນຸມັດແລ້ວ, ຫາກຕ້ອງການການຄໍ້າປະກັນເພີ່ມຕື່ມ, ທະນາຄານ (PFI) ຈະເປັນຜູ້ສົ່ງແບບຟອມຄຳຮ້ອງຂໍການຄໍ້າປະກັນ ໄປຍັງ ບດຊ.
ຂັ້ນຕອນທີ 4 ການອອກໜັງສືຄໍ້າປະກັນ ບດຊ ດຳເນີນການປະເມີນຄຳຮ້ອງ. ເມື່ອຜ່ານການພິຈາລະນາ, ບດຊ ຈະອອກ ໜັງສືຄໍ້າປະກັນສິນເຊື່ອ (Guarantee Letter) ແລະ ສົ່ງກັບຄືນໃຫ້ແກ່ ທະນາຄານ (PFI).
ຂັ້ນຕອນທີ 5 ການເບີກຈ່າຍເງິນກູ້ ເມື່ອທະນາຄານ (PFI) ໄດ້ຮັບໜັງສືຄໍ້າປະກັນຈາກ ບດຊ ແລ້ວ, ທະນາຄານຈະດຳເນີນການ ເບີກຈ່າຍເງິນກູ້ ໃຫ້ແກ່ ຜູ້ປະກອບການ (ຈມກ) ເພື່ອນຳໄປໝູນໃຊ້ໃນທຸລະກິດ.

ຂະບວນການຈ່າຍເງິນຄືນ ເເລະ ການທວງໜີ້

(ກໍລະນີຜິດນັດ)

ລຳດັບການຫັກລົບເງິນທີ່ເກັບຄືນໄດ້
  • 1 ຄ່າໃຊ້ຈ່າຍໃນການຕິດຕາມໜີ້
  • 2 ດອກເບ້ຍຄ້າງຊໍາລະທີ່ບໍ່ເກີນ 365 ມື້
  • 3 ເງິນຕົ້ນຂອງເງິນກູ້
  • 4 ຄ່າທໍານຽມ ຫຼື ຄ່າໃຊ້ຈ່າຍອື່ນໆ
ໝາຍເຫດ:
ທະນາຄານສືບຕໍ່ທວງໜີ້ຄືນ, ເມື່ອຫັກລົບ ແລະ ສ່ວນທີ່ເຫຼືອ (ຖ້າມີ) ສົ່ງໃຫ້ ບດຊ
ການຄໍ້າປະກັນທີ່ບໍ່ມີຫຼັກຊັບ
🛡️
ວົງເງິນຄໍ້າປະກັນ (70%) LAK 700,000,000
🧮
ຄ່າທໍານຽມຄໍ້າປະກັນ ປີທຳອິດ LAK 10,500,000
(1ຕື້ x 70% x 1.5%)
📅
ຄ່າທໍານຽມຄໍ້າປະກັນ ປີຕໍ່ມາ 1.5% ຂອງຍອດເງິນກູ້ຄົງຄ້າງ
(ຍອດຄົງຄ້າງ x 70% x 1.5%)

ຮູບແບບການຄໍ້າປະກັນທາງການເງິນສໍາລັບ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຜຄຈນກ)

ຕົວຢ່າງການຄ້ຳປະກັນສິນເຊື່ອ(ມີຫຼັກຊັບຄຳ້ປະກັນ)